ປະຫວັດຄວາມເປັນມາຂອງເມືອງວັງວຽງ
ຕາມການຄົ້ນຄ້ວາປະຫວັດສາດຂອງເມືອງວັງວຽງ ແລະ ການເລົ່າລືສືບຖອດກັນມາແຕ່ປູ່ຍ່າຕາຍາຍໃຫ້ຮູ້ວ່າທີ່ມາຂອງພົນລະເມືອງ ທີ່ມາຕັ້ງບ້ານເຮືອນອາໃສຢູ່ໃນຂົງເຂດນີ້ກ່ອນໝູ່ນັ້ນມາຈາກສອງແຫຼ່ງທີ່ມາຂອງກຸ່ມຄົນດັ່ງນີ້:
ກຸ່ມທີໜຶ່ງ: ມາຈາກເຂດເມືອງພວນ (ແຂວງຊຽງຂວາງ) ນໍາພາໂດຍນາຍພານລ່າເນື້ອຄົນນື່ງ (ບໍ່ຊາບຊື່) ເມື່ອໄລ່ເນື້ອມາຮອດເຂດຖິ່ນອ່ອນ (ທິດເໜືອຂອງ ເມືອງວັງວຽງ) ໄດ້ພົບເຫັນບໍລິເວນດັ່ງກ່າວເປັນເຂດທີ່ອຸດົມສົມບູນດີ ມີທົ່ງພຽງລຽບແຄມສາຍນໍ້າ ແລະ ສັດປ່າກໍ ຫຼາຍຈື່ງເກີດຄວາມຕິດອົກຕິດ ໃຈຂຶ້ນມາ. ເມື່ອກັບໄປເຖິງບ້ານຈື່ງໄດ້ຊັກຊວນເອົາພັກພວກຂອງຕົນຈໍານວນນື່ງພາກັນ ຍົກຍ້າຍມາ ຕັ້ງເຮືອນສະນໍ່າຢູ່ເພື່ອລ່າສັດ. ຢູ່ຕໍ່ມາຫຼາຍປີ ກໍມີພົນລະເມືອງນັບປີນັບແຜ່ຫຼາຍຂຶ້ນ ຈື່ງໄດ້ແຍກຍ້າຍກັນອອກໄປຕັ້ງບ້ານເຮືອນຂຶ້ນ ຢູ່ຕາມຈຸດຕ່າງໆ ເຊັ່ນ: ເຂດຜາຕັ້ງ, ກົກຊ້ານ,ຖໍ້າຊາງ, ນາດາວ.... ມາຮອດປະຈຸບັນເຂດນີ້ ຈື່ງມີເຊື້ອສາຍຊາວພວນອາໃສຢູ່.
ກຸ່ມທີສອງ: ມາຈາກເຂດແຄ້ວນຫົວພັນທັງຫ້າທັງຫົກ (ຊື່ແຂວງຫົວພັນໃນເມື່ອກ່ອນ) ນໍາພາໂດຍທ້າວແຕ່ງໄຕ ທີ່ເປັນລາສະການ (ສະໝຽນ) ເຮັດວຽກຢູ່ ໂຮງການເມືອງແຄ້ວນຫົວພັນທັງຫ້າທັງຫົກໃນປີ 1874 ເພື່ອຫຼົບຫຼີກການຮຸກຮານຮາວີປຸ້ນສະດົມຂອງເສີກຫໍ້ທີ່ ຂະຫຍາຍອິດຕິພົນຢູ່ເຂດພາກ ເໜືອຂອງລາວເຊິງລວມທັງໝົດມີ 188 ຄອບຄົວ ໃນນັ້ນເປັນຄອບຄົວລັດຖະການ 42 ຄອບຄົວ. ໂດຍໃຊ້ ເວລາການເດີນທາງຫຼີ້ຊ່ອນປ່ອນຕົວຊອກຫາເຂດປອດໄພໃນການສ້າງທີ່ຢູ່ອາໃສຂອງຕົນເປັນເວລາ 22 ປີ. ຈື່ງມີໂອກາດ ໄດ້ສ້າງເມືອງ ເປັນເອກະລາດຂອງຕົນຂຶ້ນໃນປີ 1896 ໂດຍໃສ່ຊື່ວ່າ: ”ເມືອງຊອງ “ ຍ້ອນສະຖານທີ່ຕັ້ງເມືອງ ໄດ້ມີສາຍນໍ້າຊອງໄຫຼ່ຜ່ານ.
ໄລຍະຢູ່ໃຕ້ແອກຄອບຄອງຂອງສັກດີນາສະຫຍາມ ແລະ ຈັກກະພັດຝຣັ່ງ
ພວກຂຸນເສິກຝຣັ່ງທີ່ມາຮຸກຮານລາວ


No comments:
Post a Comment